ບໍລິສັດ ທີເອັດສດີ ຈຳກັດຜູ້ດຽວ
ຍິນດີຕ້ອນຮັບສູ່ແພຼດຟອມບັນຊີ TSD ເປັນລະບົບທີງ່າຍຕໍ່ການບໍລິຫານຈັດການບັນຊີວິສາຫະກິດ ລະບົບຍັງຄວມຄຸມການອອກໃບເກັບເງິນ ອາກອນມູນຄ່າເພີ່ມ ແລະ ຍັງສາມາດບໍລິຫານຈັດການການເງິນວິສາຫະກິດໄດ້ຢ່າງສະດວກກັບ TSD Accounting Platform. ພວກເຮົາຊ່ວຍໃນການລົງບັນຊີແບບອັດຕະໂນມັດ, ມີຄວາມປອດໄພ, ໃຫ້ຄວາມໝັ້ນໃຈໃນການປະຕິບັດຕາມລະບຽບກົດໝາຍຂອງລັດຖະບານວາງອອກຢ່າງຖືກຕ້ອງ ພວກເຮົາຍິດດີໃຫ້ບໍລິການທ່ານຢ່າງມິປະສິດທິພາບ ແລະ ສະດວກສະບາຍທີ່ສຸດ.
ລະບົບຂອງພວກເຮົາມີຜັງບັນຊີວິສາຫະກິດທີ່ເປັນມາຕະຖານໂດຍອ້າງອີງມາຈາກກົມບັນຊີ ແລະ ພວກເຮົາຍັງໄດ້ເພີ່ມພາສາຕ່າງປະເທດເຂົ້າອີກດ້ວຍເຊີ່ງປະກອບມີ ລາວ, ອັງກິດ, ໄທ, ຈີນ ແລະ ຫວຽດ. ເຊິ່ງເຮັດໃຫ້ການເຮັດບັນຊີຂອງວິສາຫະກິດແມ່ນຖຶກຕ້ອງຕາມກົດລະບຽບຂອງກົມບັນຊີວາງອອກຢ່າງຖືກຕ້ອງ ການທີ່ລະບົບຂອງພວກເຮົາມີຜັງບັນຊີມີຫລາຍພາສາ ມັນຈະຊ່ວຍໃຫ້ບັນດາບໍລິສັດຕ່າງປະເທດທີມາລົງທຶນຢູ່ລາວ ແລະ ຖືບັນຊີລາວ ຈະຊ່ວຍໃຫ້ບັນດານັກບັນຊີລາວ ແລະ ຕ່າງປະເທດ ສາມາດເຮັດວຽກຮ່ວມກັນໄດ້ຢ່າງສະດວກສະບາຍ.
ຈຸດພິເສດຂອງລະບົບພວກເຮົາມີລາຍການລົງບັນຊີປະຈຳວັນທີ່ສາມາດກວດສອບໄດ້ງ່າຍ ແລະ ສະແດງລາຍການຂອງການລົງບັນຊີວ່າການລົງບັນຊີນັ້ນຖືກຕ້ອງແລ້ວບໍ່, ສາມາດກວດສອບໄດ້ຕະຫຼອດເວລາທີ່ທ່ານຕ້ອງການ. ພວກເຮົາຍັງໄດ້ເພີ່ມພາສາຕ່າງປະເທດເຂົ້າອີກດ້ວຍເຊີ່ງປະກອບມີ ລາວ, ອັງກິດ, ໄທ, ຈີນ ແລະ ຫວຽດ. ສາມາດເລືອກເບິ່ງລາຍງານການລົງບັນຊີປະຈຳວັນແບບສະເພາະພາສາດຽວ ຫຼື ຫຼາຍພາສາກໍໄດ້. ສິ່ງສຳຄັນທີ່ສຸດຂອງລະບົບເຮົາແມ່ນສາມາດເບິ່ງລາຍງານໄດ້ຫຼາຍພາສາໄດ້ຢ່າງມີປະສິດທິພາບ ແລະ ສະດວກສະບາຍທີ່ສຸດ.
ຄົບຖ້ວນທຸກຟັງຊັ້ນ ເພື່ອຄວາມຖືກຕ້ອງ ແລະ ໂປ່ງໃສ ພ້ອມຍົກລະດັບທຸລະກິດຂອງທ່ານໃຫ້ກ້າວໜ້າ.
ແບ່ງປັນເຕັກນິກ, ປະສົບການ ແລະ ຂໍ້ມູນໃໝ່ໆ ໃນໂລກເຕັກໂນໂລຊີ ເພື່ອຊ່ວຍໃຫ້ທຸລະກິດຂອງທ່ານທັນສະໄໝຢູ່ສະເໝີ.
“ລວມທຸກຂໍ້ສົງໄສ ແລະ ຄຳຕອບກ່ຽວກັບການບໍລິການບັນຊີ ແລະ ລະບົບຊອບແວຂອງພວກເຮົາ ເພື່ອຊ່ວຍໃຫ້ທ່ານເຂົ້າໃຈບໍລິການໄດ້ດີຂຶ້ນ.”
ແມ່ນແພຼດຟອມບັນຊີລາວທີ່ອອກແບບມາເພື່ອຊ່ວຍໃຫ້ວິສາຫະກິດສາມາດຈັດການບັນຊີ, ພາສີ ແລະ ໃບເກັບເງິນອາກອນ (VAT) ໄດ້ຢ່າງຖືກຕ້ອງ ແລະ ວ່ອງໄວ.
ໄດ້, ພວກເຮົາສຳມາດພັດທະນາການເຊື່ອມຕໍ່ລະບົບຜ່ານ API ເພື່ອໃຫ້ຂໍ້ມູນຈາກຊອບແວເດີມຂອງທ່ານເຮັດວຽກຮ່ວມກັບລະບົບບັນຊີ TSD ໄດ້ຢ່າງສົມບູນແບບ.
ທ່ານສາມາດຕິດຕໍ່ພວກເຮົາໄດ້ໃນວັນຈັນ - ວັນສຸກ ເວລາ 8:00 AM - 5:00 PM.
ພວກເຮົາມີລະບົບສຳຮອງຂໍ້ມູນທີ່ມີຄວາມປອດໄພສູງ ເພື່ອປ້ອງກັນຂໍ້ມູນທາງການເງິນ ແລະ ຂໍ້ມູນທຸລະກິດຂອງທ່ານບໍ່ໃຫ້ສູນຫາຍ.
ລະບົບຂອງພວກເຮົາຮອງຮັບເຖິງ 5 ພາສາ ຄື: ພາສາລາວ, ອັງກິດ, ໄທ, ຈີນ ແລະ ຫວຽດນາມ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນຕ່າງປະເທດ ແລະ ນັກບັນຊີໃຫ້ເຮັດວຽກຮ່ວມກັນໄດ້ງ່າຍຂຶ້ນ.
ໄດ້, ລະບົບສາມາດອອກໃບເກັບເງິນເອເລັກໂຕນິກທີ່ເຊື່ອມຕໍ່ກັບລະບົບຂອງອາກອນ, ມີ QR Code ເພື່ອໃຫ້ສາມາດກວດສອບຄວາມຖືກຕ້ອງຂອງໃບບິນໄດ້ທັນທີ.

"ຂໍຂອບໃຈລູກຄ້າໃໝ່ທີ່ກຳລັງຈະກ້າວເຂົ້າສູ່ຄອບຄົວຂອງພວກເຮົາ"